ສປປ ລາວ: ກອງປະຊຸມປຶກສາຫາລື ດ້ານສິດທິມະນຸດ ກັບ ສະຫະພາບ ເອີຣົບ ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ

ສະຫະພາບ ເອີຣົບ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານສິດທິມະນຸດ ຄັ້ງທີ 14 ຂຶ້ນໃນວັນທີ 13 ມິຖຸນາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ໃນລະຫວ່າງກອງປະຊຸມ ທັງສອງຝ່າຍໄດ້ຫາລືກັນຢ່າງສ້າງສັນໃນຫຼາກຫຼາຍຫົວຂໍ້ກ່ຽວກັບສິດທິມະນຸດເຊັ່ນ: ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ; ສິດທິທາງດ້ານການເມືອງ ແລະ ພົນລະເມືອງ ເຊິ່ງລວມທັງສິດເສລີພາບໃນການສະແດງອອກ ແລະ ການໂຮມຊຸມນຸມ; ການສ້າງລັດທີ່ປົກຄອງດ້ວຍກົດໝາຍ; ການເຂົ້າເຖິງຂະບວນການຍຸຕິທໍາ; ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ສິດທິເດັກ; ສິດທິຄົນພິການ ແລະ ບຸກຄົນອື່ນໆທີ່ຢູ່ໃນສະຖານະການທີ່ມີຄວາມສ່ຽງ. ທັງສອງຝ່າຍ ຍັງໄດ້ມີການແລກປ່ຽນກ່ຽວກັບການຮ່ວມມືກັບກົນໄກສິດທິມະນຸດຂອງອົງການສະຫະປະຊາຊາດ ໂດຍສະເພາະການເຂົ້າຮ່ວມກົນໄກທົບທວນປະຈໍາໄລຍະ ຮອບວຽນທີ 4 (UPR) ຂອງ ສປປ ລາວ ທີ່ໄດ້ຈັດຂຶ້ນໃນເມື່ອບໍ່ດົນມານີ້. ສະຫະພາບ ເອີຣົບ ແລະ ສປປ ລາວ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການປະຕິບັດຕາມຂໍ້ສະເໜີແນະ UPR ທີ່ໄດ້ຮັບການຍອມຮັບຢ່າງຕໍ່ເນື່ອງ ພ້ອມທັງເພີ່ມທະວີການມີສ່ວນຮ່ວມກັບກົນໄກ ແລະ ບັນດາຂັ້ນຕອນພິເສດຂອງສະຫະປະຊາຊາດໃຫ້ຫຼາຍຂຶ້ນຕື່ມ.

ຄະນະຜູ້ແທນ ສປປ ລາວ ໄດ້ລາຍງານຄວາມຄືບໜ້າກ່ຽວກັບກໍລະນີຕ່າງໆທີ່ສະຫະພາບ ເອີຣົບ ໄດ້ຍົກຂຶ້ນມາ ແລະ ໃຫ້ຂໍ້ມູນກ່ຽວກັບຂອບກົດໝາຍ ແລະ ນະໂຍບາຍຂອງຕົນ ແລະ ມາດຕະການລະດັບຊາດກ່ຽວກັບການປົກປ້ອງສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານສໍາລັບທຸກຄົນ ຕະຫຼອດເຖິງການກໍານົດເງື່ອນໄຂໃຫ້ອະໄພຍະໂທດ ຫຼື ຜ່ອນໂທດແກ່ນັກໂທດໃນໂອກາດ ວັນຊາດລາວ. ສະຫະພາບ ເອີຣົບ ຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການປະຕິບັດຕາມສົນທິສັນຍາ ວຽນນາ ວ່າດ້ວຍການຕິດຕໍ່ສື່ສານກັບສະຖານກົງສູນ ກ່ຽວກັບພົນລະເມືອງເອີຣົບ ໃນຂະນະທີ່ ສປປ ລາວໄດ້ແບ່ງປັນບັນດານິຕິກໍາ ແລະ ການຈັດຕັ້ງປະຕິບັດ ສົນທິສັນຍາສາກົນທີ່ ສປປ ລາວ ເປັນລັດພາຄີ. ສະຫະພາບ ເອີຣົບ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການແກ້ໄຂບັນຫາດ້ານສິດທິມະນຸດພາຍໃນສະຫະພາບ ເອີຣົບ ຕື່ມອີກ.

ສະຫະພາບ ເອີຣົບ ຮັບຮູ້ເຖິງການສືບຕໍ່ປັບປຸງກອບກົດໝາຍ ແລະ ນິຕິກຳ ກ່ຽວກັບອົງການຈັດຕັ້ງທາງສັງຄົມ ແລະ ຊຸກຍູ້ໃຫ້ມີສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການມີສ່ວນຮ່ວມຂອງອົງກອນເຫຼົ່ານີ້ ໃນຂະນະທີ່ ສປປ ລາວ ຮັບປະກັນວ່າ ການປັບປຸງດໍາລັດທີ່ກ່ຽວຂ້ອງ ມີຈຸດປະສົງເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນງານຂອງອົງການຈັດຕັ້ງເຫຼົ່ານັ້ນ.

ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບແຜນງານບຸລິມະສິດຂອງການເຄື່ອນໄຫວດ້ານສິດທິມະນຸດຮອດທ້າຍປີ 2025 ເຊິ່ງລວມເຖິງການພິຈາລະນາເອົາຂໍ້ສະເໜີແນະ ພາຍໃຕ້ກົນໄກທົບທວນປະຈໍາໄລຍະ ຮອບວຽນທີ 4 (UPR), ການເຜີຍແຜ່ຄໍາແນະນໍາທີ່ໄດ້ຮັບການຍອມຮັບ ແລະ ການພັດທະນາແຜນການດໍາເນີນງານ ຕະຫຼອດເຖິງການລາຍງານສົນທິສັນຍາພາຍໃຕ້ສົນທິສັນຍາຕ້ານການທໍລະມານ (CAT), ສົນທິສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ສາກົນ (ICESCR) ແລະ ສົນທິສັນຍາວ່າດ້ວຍການລົບລ້າງການເລືອກປະຕິບັດທາງເຊື້ອຊາດໃນທຸກຮູບແບບ (ICERD). ສະຫະພາບ ເອີຣົບ ໄດ້ສະເໜີໃຫ້ ສປປ ລາວພິຈາລະນາຕື່ມອີກ ກ່ຽວກັບສັດຕະຍາບັນສົນທິສັນຍາສາກົນວ່າດ້ວຍການປົກປ້ອງບຸກຄົນຈາກການຫາຍສາບສູນໂດຍຖືກບັງຄັບ (ICPPED) ທີ່ ສປປ ລາວ ໄດ້ລົງນາມໃນປີ 2008 ແລະ ສົນທິສັນຍາລະຫວ່າງປະເທດອື່ນໆ ທີ່ສໍາຄັນຕໍ່ກັບການໃຫ້ສັດຕະຍາບັນຂອງ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປ່ຽນແປງລະບອບການຄ້າຂອງສະຫະພາບ ເອີຣົບ ທີ່ບັງຄັບໃຊ້ກັບປະເທດດັ່ງກ່າວ. ໃນສະພາບການດັ່ງກ່າວ, ສະຫະພາບ ເອີຣົບ ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງຕໍ່ເນື່ອງໃນການຊ່ວຍເຫຼືອໃຫ້ບັນລຸບຸລິມະສິດດັ່ງກ່າວ.

ສະຫະພາບ ເອີຣົບ ແລະ ສປປ ລາວ ໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຕາມສົນທິສັນຍາສິດທິມະນຸດສາກົນທີ່ທັງສອງຝ່າຍໄດ້ເປັນພາຄີກັນ ແລະ ໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງການຫາລື ແລະ ການຮ່ວມມືທີ່ມີລັກສະນະສ້າງສັນບົນພື້ນຖານຂອງການເຄົາລົບເຊິ່ງກັນ ແລະ ກັນ ແລະ ການເຄົາລົບອະທິປະໄຕຂອງຊາດ.

ສະຫະພາບ ເອີຣົບ ແລະ ສປປ ລາວ ໄດ້ຕົກລົງໃນຂໍ້ລິເລີ່ມຫຼາຍສະບັບ ເຊິ່ງກ່ຽວຂ້ອງກັບການສະໜັບສະໜູນຂອງສະຫະພາບ ເອີຣົບ ໃນການພັດທະນາແຜນການປະຕິບັດງານ UPR; ກອງ​ປະ​ຊຸມ​ກ່ຽວ​ກັບ​ສິດ​ເສລີ​ພາບທາງ​ສາ​ສະໜາ ​ແລະ ​ສິດ​ເສລີ​ພາບ​ໃນ​ການ​ສະ​ແດງ​ອອກ ​ລວມ​ທັງ​ການ​ຕໍ່​ສູ້​ຕ້ານ​ການບິດເບືອນ​ຂ່າວ​ສານ​;ກອງປະຊຸມສຳມະນາກ່ຽວກັບການຄ້າມະນຸດ ແລະ ອາດຊະຍາກຳທີ່ກ່ຽວຂ້ອງ;​ໂຄງການ​ຮ່ວມ​ມື ​ເພື່ອ​ສົ່ງເສີມ​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ - ຊາຍ ແລະ ການ​ແລກປ່ຽນ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕື່ມ​ອີກ, ຫາກ​ຈຳ​ເປັນ, ເປັນຕົ້ນ.

ຄະນະຜູ້ແທນສະຫະພາບ ເອີຣົບ ນໍາໂດຍ ທ່ານນາງ Leila Fernandez Stembridge, ຫົວໜ້າພະແນກ ອາຊີຕາເວັນອອກສຽງໃຕ້ ແລະ ອາຊຽນ ທີ່ ສຳນັກງານການຕ່າງປະເທດ ສະຫະພາບ ເອີຣົບ, ໃນຂະນະທີ່ ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ພູຂົງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງຂອງ ສປປ ລາວ, ສຳນັກງານການຕ່າງປະເທດ ສະຫະພາບ ເອີຣົບ, ຜູ້ຕາງໜ້າຈາກສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ຫົວໜ້າຜູ້ຕາງໜ້າຈາກສະຖານທູດຂອງປະເທດສະມາຊິກສະຫະພາບ ເອີຣົບ ໃນ ສປປ ລາວ ໄດ້ເຂົ້າຮ່ວມ.

ໃນວັນທີ 12 ມິຖຸນາ ກ່ອນກອງປະຊຸມ, ກໍ່ໄດ້ມີ ກອງປະຊຸມສໍາມະນາຮ່ວມກັນໃນຫົວຂໍ້ການລົງໂທດປະຫານຊີວິດ ເຊິ່ງເປັນອີກໜຶ່ງກອງປະຊຸມປິ່ນອ້ອມ. ກອງປະຊຸມດັ່ງກ່າວ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບທ່າອ່ຽງລະດັບພາກພື້ນ ແລະ ທົ່ວໂລກ ແລະ ຂອບກົດໝາຍທີ່ກ່ຽວຂ້ອງເຖິງການຍົກເລີກໂທດປະຫານຊີວິດ. 

ກອງປະຊຸມ ການຫາລືດ້ານສິດທິມະນຸດ ລະຫວ່າງ ສະຫະພາບ ເອີຣົບ - ສປປ ລາວ ຄັ້ງທີ 15 ແມ່ນຈະໄດ້ຈັດຂຶ້ນທີ່ ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ໃນປີ 2026.